ອຸປະກອນປ້ອງກັນຟ້າຜ່າ ແລະ ໄຟກະຊາກມີຍີ່ຫໍ້ : Ingesco, Pulsar, Cirprotect, OBO, LPI, ETI, Leps, Novaris, Sono ອຸປະກອນປ້ອງກັນໄຟກະຊາກແຮງດັນສູງ Surge protection device ຫລືເອີ້ນສັ້ນໆວ່າ SPD ແມ່ນອຸປະກອນທີ່ຖືກຕິດຕັ້ງຂະຫນານກັບອຸປະກອນໄຟຟ້າເພື່ອປ້ອງກັນ ລະບົບວົງຈອນໄຟຟ້າ ແລະ ບັນດາອຸປະກອນໄຟຟ້າທີ່ຈະຕົກເຂົ້າໃນສະພາບແຮງດັນເກີນພິກັດ ເມື່ອມີຜົນກະທົບຈາກຟ້າຜ່າ ຫລື ເອື້ນວ່າອຸປະກອນກັນຟ້າຜ່າ. ເວົ້າແນວຫນຶ່ງແມ່ນອຸປະກອນປ້ອງກັນຟ້າຜ່າແມ່ນຖືກນຳໃຊ້ເພື່ອຕັດແຮງດັນເກີນພິກັດທີ່ຈະໄປບັນດາອຸປະກອນ ແລະ ປ່ຽນທິດທາງຂອງກະແສເປັນກະແສໄຟກະຊາກ, ກະແສຟ້າຜ່າ. - ອຸປະກອນປ້ອງກັນຟ້າຜ່າທີ່ບໍ່ມີຊຸດຄັດກອງ (ຫລືເອີ້ນວ່າອຸປະກອນຄັດກອງກະແສຟ້າຜ່າແບບຂະຫນານ). - ອຸປະກອນປ້ອງກັນຟ້າຜ່່າທີ່ມີຊຸດຄັດກອງ RFI/EMI ທີ່ແມ່ນບັນດາຕົວເກັບປະຈຸ (ຄາປາຊິເຕີ) ຫລື ເອີ້ນວ່າອຸປະກອນຄັດກອງກະແສຟ້າຜ່າແບບຂະຫນານ. - ອຸປະກອນຟ້າຜ່າທີ່ມີຊຸດຄັດກອງຄວາມຖີ່ຕ່ຳ LC ທີ່ລວມມີຕົວຫນ່ຽວນຳ ແລະ ຕົວເກັບປະຈຸໄຟຟ້າ ຫລື ເອີ້ນວ່າອຸປະກອອນຄັດກອງກະແສຟ້າຜ່າແບບຕໍ່ລຽນ.

ອຸປະກອນປ້ອງກັນຟ້າຜ່າ ແລະ ໄຟກະຊາກ