ຊື້-ຂາຍອຸປະກອນໄຟຟ້າອອນໄລ ຂໍສະແດງຂ່ຳນັບຮັບຕ້ອນແຂກທີ່ມີກຽດ

ນີ້ແມ່ນຫນ້າຊື້ຂາຍອອນໄລບັນດາອຸປະກອນໄຟຟ້າ ພາກອຸດສະຫະກຳ ແລະ ພາກນຳໃ້ຊທົ່ວໄປ.

ທ່ານສາມາດເລືອກຊື້ສິນຄ້າໄດ້ທີ່ເວັບໄຊດ້ວຍການສ້າງໃບສັ່ງຊຶ້ສິນຄ້າ (1) ຫລື ຕິດຕໍ່ໂດຍກົງເພື່ອຮັບຄຳແນະນຳ

ເມື່ອໃບສັ່ງຊຶ້ສິນຄ້າສຳເລັດສົມບູນຈະໄດ້ຮັບການຕອບກັບຄືນຈາກທາງພະນັກງານຂາຍຂອງພວກເຮົາ (2)

 

1. ຄຳແນະນຳໃນການສ້າງໃບສັ່ງຊື້ສິນຄ້າ

- ສີນຄ້າທີ່ໄດ້ອັບໂຫລດລົງຫນ້າເພກຈະມີເລກລະຫັັດຂອງສິນຄ້າດັ່ງກ່າວ+ລວມທັງຂໍ້ມູນຂອງສິນຄ້າດັ່ງກ່າວ.

1.1 ທ່ານລູກຄ້າຕ້ອງກຳໄດ້ລະອຽດເຖິງຂໍ້ມູນສິນຄ້າທີ່ຕ້ອງການສັ່ງຊື້.

ເພີ່ມເຂົ້າກະຕ່າສິນຄ້າທີ່ຕ້ອງການສັ່ງຊື້=>ກວດກາຄືນໃນກະຕ່າ =>ເລືອກວິທີການຂົນສົ່ງ =>ຊຳລະເງິນ

1.2 ທ່ານລູກຄ້າທີ່ຍັງລັ່ງເລໃຈ/ຕ້ອງການຄຳແນະນຳ

ແຊັດຖາມທັນທີກັບພະນັກງານເຕັກນິກເພື່ອຮັບຄຳແນະນຳ

2. ການຢັ້ງຢືນໃບສັ່ງຊື້ສິນຄ້າຈາກພະນັກງານ:

- ເວລາໃນການຢັ້ງຢືນໃບສັ່ງຊື້ສິນຄ້າ: ພາຍໃນເວລາ 2 ຊົ່ວໂມງຂອງໂມງເຂົ້າການ.

- ທ່ານລູກຄ້າຈະໄດ້ຮັບ ອີເມວ (Email) ແລະ ຂໍ້ຄວາມ (SMS) ທີ່ບົ່ງບອກສະຖານະຂອງໃບສັ່ງສິນຄ້າ/ພະນັກງານຈະຕິດຕໍ່ເພື່ອປະຕິບັດຕາມໃບສັ່ງສິນຄ້າ.

ການຂົນສົ່ງ: ຈະມີພະນັກງານແຈ້ງຂໍ້ມູນອັບເດດຄວາມຄືບຫນ້າຂອງການສົ່ງສິນຄ້າ.

3. ນະໂຍບາຍການສົ່ງສິນຄ້າ:

ພວກເຮົາມີວິທີການຂົນສົ່ງດັ່ງຕໍ່ໄປນີ້:

ຂົນສົ່ງແບບມາດຕະຖານ: ຕາມການບໍລິການຂົນສົ່ງເຄື່ອງ (ທ່ານລູກຄ້າຈະໄດ້ຮັບເລກລະຫັດໃບບິນຂົນສົ່ງສາມາດຕິດຕາມໄດ້)

4. ຮູບແບບການຈ່າຍຊຳລະ: 

- ຈ່າຍຊຳລະ ແລະ ຮັບສິນຄ້າ

5. ຫລັກເກນການປ່ຽນຄືນສິນຄ້າ:

5.1 ສິນຄ້າທີ່ມີຄວາມຜິດພາດເນື່ອງຈາກໂຮງງານ ແລະ ສະແຕັມການຮັບປະກັນຢູ່ໃນສະພາບສົມບູນ: ຈະໄດ້ຮັບການແກ້ໄຂພາຍໃນ 24 ຊົ່ວໂມງນັບແຕ່ເວລາທີ່ທ່ານຕິດຕໍ່ແຈ້ງພວກເຮົາ (ບໍ່ໄລ່ວັນພັກ ແລະ ວັນບຸນຕ່າງໆ) 

- ຄ່າຂົນສົ່ງສິນຄ້າໄປຫາທ່ານລູກຄ້າ-ທ່ານລູກຄ້າຕ້ອງຮັບຜິດຊອບ. ຄ່າຂົນສົ່ງກັບຄືນທາງຮ້ານ-ທາງຮ້ານຮັບຜິດຊອບ

- ກໍລະນີ ລະຫັດສິນຄ້າໄດ້ຖືກປ່ຽນໃຫມ່ ບໍ່ມີສິນຄ້າທີ່ສະຕັອກໄວ້: ຈະໄດ້ສົ່ງຄືນເງິນ ແລະ ຮັບຮອງພາຍໃນເວລາ 24 ຊົ່ວໂມງນັບແຕ່ເວລາທ່ານຕິດຕໍ່ແຈ້ງພວກເຮົາ.

5.2 ກໍລະນີສິນຄ້າມີການແຕກຫັກເນື່ອງຈາກການຂົນສົ່ງ: ຈະຖືກແກ້ໄຂພາຍໃນ 24 ຊົ່ວໂມງນັບແຕ່ເວລາທີ່ທ່ານຕິດຕໍ່ແຈ້ງພວກເຮົາ (ບໍ່ໄລ່ວັນພັກ ແລະ ວັນບຸນຕ່າງໆ) 

- ກໍລະນີ ລະຫັດສິນຄ້າໄດ້ຖືກປ່ຽນໃຫມ່ ບໍ່ມີສິນຄ້າທີ່ສະຕັອກໄວ້: ຈະໄດ້ສົ່ງຄືນເງິນ ແລະ ຮັບຮອງພາຍໃນເວລາ 24 ຊົ່ວໂມງນັບແຕ່ເວລາທ່ານຕິດຕໍ່ແຈ້ງພວກເຮົາ. 

- ຄ່າຂົນສົ່ງສິນຄ້າໄປຫາທ່ານລູກຄ້າ-ທ່ານລູກຄ້າຕ້ອງຮັບຜິດຊອບ. ຄ່າຂົນສົ່ງກັບຄືນທາງຮ້ານ-ທາງຮ້ານຮັບຜິດຊອບ 

5.3 ການສັ່ງສິນຄ້າທີ່ຜິດຍ້ອນການເລືອກຜິດຂອງທາງລູກຄ້າ: ລູກຄ້າຕ້ອງໄດ້ຕິດຕໍ່ໂດຍກົງ (ໂທຕິດຕໍ່). ກໍລະນີການປ່ຽນຄືນໄດ້ຮັບການຕົກລົງ: ຈະຖືກແກ້ໄຂ ແລະ ຕອບກັບຄືນພາຍໃນ 24 ຊົ່ວໂມງ (ບໍ່ໄລ່ວັນພັກ ແລະ ວັນບຸນຕ່າງໆ) 

- ທາງລູກຄ້າຕ້ອງຮັບຜິດຊອບທຸກຄ່າໃຊ້ຈ່າຍທີ່ເກີດຂື້ນຄື: ຄ່າຂົນສົ່ງ, ຄ່າຫລຸດລື່ນກັນທາງດ້ານລາຄາລະຫວ່າງສິນຄ້າທັງ 2, ລາຍຈ່າຍອື່ນເພີ່ມເຕີມຫາກມີ. 

6. ການຮັບປະກັນສິນຄ້າ:

- ສິນຄ້າທີ່ໄດ້ຮັບການຮັບປະກັນຈາກຮ້ານ

* ຕາມສະແຕັມ

*ຮັບປະກັນສິນຄ້າເປັນຂອງແບຣນແທ້

* ເວລາການຮັບປະກັນ: ຂຶ້ນຕາມແຕ່ແບຣນ

- ເມື່ອສິນຄ້າມີບັນຫາ:

* ໂທຕິດຕໍ່ທັນທີ

* ທາງເຕັກນິກຈະໃຫ້ຄຳແນະນຳ ແລະ ຮັບຮອງຄວາມຜິດພາດ.

* ແກ້ໄຂພາຍໃນເວລາ 24 ຊົ່ວໂມງຫລັງຈາກໄດ້ຮັບຂໍ້ມູນຈາກທາງລູກຄ້າ.

7. ການບໍລິການຫລັງການຂາຍ

ໃນໄລຍະເວລາທີ່ນຳໃຊ້ສິນຄ້າ, ທາງລູກຄ້າສາມາດຕິດຕໍ່ເພື່ອໄດ້ຮັບການຊ່ວຍເຫລືອຕໍ່ບັນຫາທີ່ກ່ຽວຂ້ອງທາງດ້ານເຕັກນິກ.

 

ຂໍຂອບໃຈ!