ເຊັນເຊີກວດຈັບອຸນຫະພູມ: (ເທີມໍຄຸບເປີ) Thermocouple, RTD PT100, PT1000, Thermistor NTC, PTC ເຊັນເຊີອຸນຫະພູມໄຟຟ້າແຕ່ເປັນພື້ນຖານທີ່ສຸດແມ່ນຊະນິດທີ່ເປັນເສັ້ນລວດ ແລະ ເມັດລູກປັດ. ຂໍ້ເສຍຂອງເຊັນເຊີຊະນິດນີ້ແມ່ນລ້ວນແຕ່ມີຈຸດເຊື່ອມຕໍ່ທີ່ໂພ່ພົ້ນອອກນອກ. ເຖິງແມ່ນວ່າຈຸດທີ່ໂພ່ພົ້ນອອກນັ້ນຈະໃຫ້ເວລາທີ່ດີໃນການຕອບສະຫນອງ, ແຕ່ມັນກໍ່ຍັງໄດ້ຮັບຜົນກະທົບຈາກສິ່ງແວດລ້ອມທີ່ເຮັດໃຫ້ບັນດາສາຍໄຟພາຍໃນ ຄວາມຕ້ານເກີດຂີ້ຫມ້ຽງ ແລະ ເຮັດັໃຫ້ຫລຸດຊັ້ນທີ່ສົ່ງໄຟ ເຊິ່ງເຮັດໃຫ້ບັນດາຜົນການວັດແທກອຸນຫະພູມບໍ່ສະຖຽນ. ບັນດາເທີມໍຄຸເປີ (Thermocouple) ຈະມີເປືອກຫຸ້ມສະນວນໂລຫະ (Mineral Insulated Metal Sheath MIMS) ທີ່ຈະເອົາຊະນະຂໍ້ເສຍເຫລົ່ານີ້ໄດ້. MIMS ປະກອບດ້ວຍ 2 ສາຍນຳຄວາມຮ້ອນທີ່ໄດ້ຝັງຢູ່ໃນສະນວນອົກຊິດແມັກນິຊ້ຽມ ( magnesium oxide) ທີ່ໄດ້ອັດແຫນ້ນ ແລະ ປ້ອງກັນດ້ວຍເປືອກຫຸ້ມໂລຫະ.

ເຊັນເຊີກວດຈັບອຸນຫະພູມ (ເທີມໍຄຸບເປີ)