ອິນດັກຕິບເຊັນເຊີ (Inductive sensor-Magnetic ) ແລະ Proximity Sensor ໃຊ້ເພື່ອກວດຈັບວັດຖຸໂລຫະເຫລັກ, ເຫລັກກ້າ. • ເຊັນເຊີທີ່ໄດ້ມາດຕະຖານເພື່ອກວດຈັບໂລຫະເຫລັກ ຫລື ບັນດາໂລຫະທີ່ມີເຫລັກເປັນທາດປະສົມຫລັກ. • ສາມາດນຳໃຊ້ກວດຈັບໂລຫະທີ່ມີເຫລັກເປັນທາດປະສົມຫລັກໄດ້ຫລາຍຊະນິດທີ່ ແຕກຕ່າງກັນ. • ມີຫລາຍປະເພດທີ່ມີຊ່ວງຄວາມຖີ່ແຕກຕ່າງກັນ. • ສາມາດໃຊ້ງານໃນຫລາຍສະພາບແວດລ້ອມໂດຍສາຍເຄເບິນມາດຕະຖານທີ່ເຮັດໂດຍ ທາດກັນນ້ຳມັນ-PVC ແລະ ພື້ນຜິວເຊັນເຊີທີ່ເຮັດຈາກວັດສະດຸກັນນ້ຳມັນ. • ສາຍເຄເບິນຊ່ວຍປ້ອງກັນການຖືກຕັດການເຊື່ອມຕໍ່.