ຊະນິດຂອງເຊັນເຊີກວດຈັບດ້ວຍລຳແສງທາງກົງ, ກະຈົກສະທ້ອນແສງ, ຕົວຮັບສົ່ງ, ສາຍໃຍແສງທີ່ໃຊ້ເພື່ອການກວດຈັບວັດຖຸແຕ່ລະຊະນິດ. ເຊັນເຊີກວດຈັບດ້ວຍລຳແສງ Photoelectric Sensor (PES) ປັກກະຕິແລ້ວເປັນສ່ວນຫນຶ່ງຂອງລະບົບທີ່ໃຫຍ່ເພື່ອການລວມແຫລ່ງກຳເນີດຂອງແສງສະຫວ່າງ, ອຸປະກອນວັດແທກ ແລະ ເຊັນເຊີກວດຈັບດ້ວຍແສງແມ່ນເພື່ອກວດຈັບວັດຖຸໃນໄລຍະໄກ, ວັດແທກໄລຍະຫ່າງ ຫລື ຄວາມໄວໃນການເຄື່ອນທີ່. ສັນຍານລຳແສງໄດ້ຖືກປ່ຽນເປັນສັນຍານໄຟຟ້າໂດຍປະກົດການການປ່ອຍເອເລັກຕົງທີ່ຂົ້ວເຄໂທດ (Cathode) ເມື່ອມີປະລິມານແສງສ່ອງຜ່ານ. ບັນດາເຊັນເຊີກວດຈັບດ້ວຍລຳແສງສາມາດພົບເຫັນໄດ້ໃນສະຫນາມພະລັງງານເພື່ອກວດສອບການຜະລິດ, ການຈັດຈຳຫນ່າຍ ແລະ ການປ່ຽນແປງພະລັງງານໄຟຟ້າ. ເຊັນເຊີກວດຈັບດ້ວຍລຳແສງທີ່ສົມບູນແມ່ນນຳໃຊ້ໃນຂົງເຂດນ້ຳມັນ-ປີໂຕລ້ຽມ ເຊັ່ນໃຊ້ໃນການກວດສອບທໍ່ສົ່ງ. ນອກຈາກນີ້ຍັງໃຊ້ໃນການກວດສອບໃບກັງຫັນລົມ, ກວດສອບນອກຊາຍຝັ່ງ, ກວດສອບສາຍສົ່ງໄຟ ແລະ ກວດສອບຂຸມ (downhole). ຄວາມສາມາດໃນດ້ານອື່ນຍັງລວມມີບັນດາຂົງເຂດນຳໃຊ້ທົ່ວໄປ ແລະ ການຄົມມະນາຄົມເຊັ່ນ: ຂົວ, ສະຫນາມບິນ, ເຂື່ອນໄຟຟ້າ, ທາງລົດໄຟ, ຍົນ, ປີກຍົນ, ຖັງນຳ້ມັນ ແລະ ກວດສອບຕົວເຄື່ອງ.