ເບລກເກີ້ RCCB-ເບລກເກີ້ກັນໄຟຊັອດ
RCCB Residual Current Circuit Breaker ແມ່ນເບລກເກີ້ກັນໄຟຟ້າແມ່ນ, ຊ່ວຍສະກັດກັ້ນ ແລະ ປ້ອງກັນຜູ້ນຳໃຊ້ອອກຈາກໄພອັນຕະລາຍຈາກໄຟຟ້າຊັອດ ແລະ ບັນດາອຸປະຕິເຫດທີ່ກ່ຽວຂ້ອງທາງໄຟຟ້າຍ້ອນການຮົ່ວຊຶມຂອງກະແສໄຟ.
ບັນດາຍີ່ຫໍ້ RCCB ທີ່ນິຍົມນຳໃຊ້ມີຄື: C&S, Sino, MPE, Mitsubishi, Teco, Chint, LS, Fuji, ABB, Hager, Panasonic, Hyundai...
RCCB ມີການປ້ອງກັນ 3 ລະດັບຕາມການຮົ່ວໄຫລຂອງກະແສໄຟຟ້າຄື30mA, 100mA ຫລື 300mA
- RCCB ກະແສຮົ່ວໄຫລ 30mA ແມ່ນມີຄວາມໄວສູງ, ເມື່ອນຳໃຊ້ຈຳເປັນຕ້ອງໄດ້ໃຊ້ຮ່ວມສາຍດີນເພື່ອປ້ອງກັນ ແລະ ມີຄວາມສາມາດຕ້ານການຊັອດດູດຂອງໄຟຟ້າເນື່ອງຈາກການສຳພັດທາງອ້ອມ. ສາມາດນຳໃຊ້ໃນການປ້ອງກັນໄຟຟ້າຊັອດໃນເຮືອນທີ່ມີເນື້ອທີ່ນ້ອຍ ຫລື ຕາມແຕ່ລະຊັ້ນຂອງອາຄານ.
- RCCB ກະແສຮົ່ວໄຫລ/ມີຄວາມໄວ 100mA ໃຊ້ໃນກໍລະນີທີ່ເປັນການປ້ອງກັນສຳຮອງເຊັ່ນວ່າ: ຮັບໃຊ້ໃນການປ້ອງກັນໄຟໄຫມ້, ບໍ່ສາມາດທີ່ຈະປ້ອງກັນໄຟຟ້າດູດຊັອດຕໍ່ຄົນໄດ້
- RCCB ກະແສຮົ່ວໄຫລ/ມີຄວາມໄວ 300mA, 500mA ຫລື 1A ແມ່ນຊະນິດທີ່ມີຄວາມໄວຕໍ່າຈະໃຊ້ເວລາຊ້າຕື່ມ 50ms, 250ms,.. ໄດ້ຖືກນຳໃຊ້ໃນຕູ້ແຈກຈ່າຍໄຟຟ້າຍ່ອຍເປັນຕົ້ນຕໍ.