ເບລກເກີ້ MCCB-ເບລກເກີ້ CB ແບບກ້ອນ-ເບລກເກີ້ອັດຕະໂນມັດແບບກ້ອນ
ແມ່ນອຸປະກອນໄຟຟ້າຊະນິດຫນຶ່ງທີ່ຕັດວົງຈອນ/ຕັດກະແສໄຟຟ້າທີ່ມີຮູບຮ່າງເປັນກ້ອນ ປົກກະຕິແລ້ວແມ່ນຖືກນຳໃຊ້ໃນລະບົບໄຟຟ້າຂອງອຸດສະຫະກຳ, ບັນດາຊະນິດຕູ້ຄວບຄຸມໄຟຟ້າ ແລະ ວົງຈອນໄຟຟ້າໄດນາມິກ (ການຫມູນ), ແມ່ນຖືກຫຍໍ້ມາຈາກ Moulded case circuit breakers.
ໂດຍຂຶ້ນຢູ່ກັບການໃຊ້ງານ ແລະ ການປ້ອງກັນ, MCCB ແມ່່ນຈະຖືກໃຊ້ອັນດຽວ ຫລື ສົມທົບກັບບັນດາປັດໄຈຄື:ຕັດວົງຈອນໄຟຟ້າ, ປ້ອງກັນການເກີດໂອເວີໂຫລດ, ໄຟຟ້າລັດວົງຈອນ ແລະ ແຮງດັນໄຟຟ້າຕ່ຳ (ຫລືເອີ້ນວ່າແຮງດັນໄຟຟ້າຕົກ).
ບັນດາຍີ່ຫໍ້ MCCB ເປັນທີ່ນິຍົມໄດ້ແກ່: Panasonic, Mitsubishi, Siemens, Hager, Fuji, ABB, Teco, Chint, Shihlin, LS, Hyundai ...