ລະບົບກົນຈັກ ແລະ ໄຟຟ້າອາຄານ Building M&E- Mechanical and electrical systems ແມ່ນລະບົບຫນຶ່ງທີ່ມີຄວາມສຳຄັນຫລາຍຕໍ່ເຮືອນ, ອາຄານ ຫລຶ ຕຶກຫ້ອງການ ປົກກະຕິຕ້ອງໄດ້ຂຶ້ນແຜນວາງລະບົບຢ່າງຮັດກຸມທັນທີນັບຕັ້ງແຕ່ມື້ເລີ່ມຕົ້ນຂອງການອອກແບບຈົນຮອດມື້ລົງມື້ກໍ່ສ້າງ ແລະ ຕ້ອງໄດ້ຕິດຕາມກວດກາຈົນສຳເລັດ.
ລະບົບກົນຈັກໄຟຟ້າໃນເຮືອນ ຫລື ອາຄານ Building M&E ຈະປະກອບມີງານລະບົບແບບພື້ນຖານຄື:
- ລະບົບປັບອາກາດ (HVAC - Heating, Ventilating, and Air Conditioning): ລະບົບຄວາມຮ້ອນ, ລະບົບລະບາຍອາກາດ ແລະ ລະບົບປັບອາກາດ....
- ລະບົບປ້ອງກັນໄຟໄຫມ້ ແລະ ດັບເພິງ (fire fighting alarm): ລະບົບການແຈ້ງເຕືອນຄວັນ, ລະບົບການແຈ້ງເຕືອນໄຟໄຫມ້ປະກອບມີຕູ້ຄວບຄຸມສູນກາງ ແລະ ບັນດາເຄື່ອງກວດຈັບຄວາມຮ້ອນ, ລະບົບການດັບເພິງ.
- ລະບົບໄຟຟ້າ (electric).
- ລະບົບນ້ຳ( ນ້ຳສະອາດ/ນ້ຳເປື້ອນ-plumbing/sanitary): ລະບົບຈ່າຍນ້ຳສະອາດ, ລະບົບລະບາຍນຳ້ຝົນ ແລະ ນ້ຳເປື້ອນ ແລະ ລະບົບບຳບັດນ້ຳເປື້ອນ.
- ລະບົບໂຄງລ່າງພື້ນຖານເຊິບເວີ (datacenter).
- ລະບົບອື່ນໆເຊັ່ນ: ລະບົບບ່ອນຝາກລົດທີ່ໃຊ້ບັດສະແກນ (Smart card), ລະບົບທາງເດີນສາຍໄຟຟ້າ (Busway, Busduct)
ດັ່ງທີ່ໄດ້ກ່າວໄວ້ຂ້າງຕົ້ນມັນເປັນເລື່ອງງ່າຍທີ່ຈະຮັບຮູ້ໄດ້ວ່າ: ລະບົບໄຟຟ້າແມ່ນພາກສ່ວນທີ່ມີຄວາມສຳຄັນທີ່ສຸດໃນການອອກແບບ ແລະ ຍັງສາມາດສົ່ງຜົນກະທົບໂດຍກົງໃຫ້ແກ່ບັນດາລະບົບອື່ນໆໃນອາຄານ.
ໂຄງປະກອບສ້າງຂອງລະບົບໄຟຟ້າໃນອາຄານປະກອບມີ:
1. ລະບົບແຈກຈ່າຍໄຟຟ້າ:
- ສະຖານນີຮັບໄຟ/ຕູ້ໄຟຟ້າແຮງດັນຕ່ຳ/ຕູ້ໄຟຟ້າແຮງດັນກາງ.
- ເຄື່ອງປັ່ນໄຟຟ້າ-ຕູ້ຕູ້ຄວບຄຸມການປ່ຽນແຫລ່ງຈ່າຍໄຟອັດຕະໂນມັດ.
- ລະບົບໄຟຟ້າແສງສະຫວ່າງ.
- ໄຟຟ້າແສງສະຫວ່າງສຸກເສີນ.
- ສູນຄວບຄຸມໄຟຟ້າ.
- ລະບົບປ້ອງກັນຟ້າຜ່າ: ຕູ້ປ້ອງກັນຟ້າຜ່າ,ຄັດກອງໄຟ, ປ້ອງກັນໄຟກະຊາກ.
- ລະບົບສາຍດິນ.
- ລະບົບປັກສຽບໄຟ.
- ລະບົບສາຍໄຟຟ້າ, ລະບົບທາງເດີນໄຟຟ້າ, ຕູ້ແຈກຈ່າຍໄຟຟ້າ.
2.ລະບົບໄຟຟ້າຍ່ອຍ:
- ລະບົບບໍລິຫານງານກົນຈັກ ແລະ ໄຟຟ້າອາຄານ.
- ລະບົບສາຍເນັດ ແລະ ອິນເຕີເນັດ.
- ລະບົບກ້ອງວົງຈອນປິດ. ລະບົບກວດກາການເຂົ້າອອກ, ບັນດາລະບົບເຊັນເຊີ້, ລະບົບກັນຂະໂມຍ....
- ລະບົບສັນຍານວິທະຍຸ, ໂທລະສັບ.
- ລະບົບສາຍເຄເບິນ.
- ລະບົບການຄວບຄຸມສ່ວນກາງລວມມີ: ຈໍໂທລະທັດ, ວິທະຍຸສາທາລະນະ, ການປະຊຸມແບບອອນໄລ.