ລະບົບກົນຈັກ ແລະ ໄຟຟ້າອາຄານ Building M&E- Mechanical and electrical systems ແມ່ນລະບົບຫນຶ່ງທີ່ມີຄວາມສຳຄັນຫລາຍຕໍ່ເຮືອນ, ອາຄານ ຫລຶ ຕຶກຫ້ອງການ ປົກກະຕິຕ້ອງໄດ້ຂຶ້ນແຜນວາງລະບົບຢ່າງຮັດກຸມທັນທີນັບຕັ້ງແຕ່ມື້ເລີ່ມຕົ້ນຂອງການອອກແບບຈົນຮອດມື້ລົງມື້ກໍ່ສ້າງ ແລະ ຕ້ອງໄດ້ຕິດຕາມກວດກາຈົນສຳເລັດ. ລະບົບກົນຈັກໄຟຟ້າໃນເຮືອນ ຫລື ອາຄານ Building M&E ຈະປະກອບມີງານລະບົບແບບພື້ນຖານຄື: - ລະບົບປັບອາກາດ (HVAC - Heating, Ventilating, and Air Conditioning): ລະບົບຄວາມຮ້ອນ, ລະບົບລະບາຍອາກາດ ແລະ ລະບົບປັບອາກາດ.... - ລະບົບປ້ອງກັນໄຟໄຫມ້ ແລະ ດັບເພິງ (fire fighting alarm): ລະບົບການແຈ້ງເຕືອນຄວັນ, ລະບົບການແຈ້ງເຕືອນໄຟໄຫມ້ປະກອບມີຕູ້ຄວບຄຸມສູນກາງ ແລະ ບັນດາເຄື່ອງກວດຈັບຄວາມຮ້ອນ, ລະບົບການດັບເພິງ. - ລະບົບໄຟຟ້າ (electric). - ລະບົບນ້ຳ( ນ້ຳສະອາດ/ນ້ຳເປື້ອນ-plumbing/sanitary):​ ລະບົບຈ່າຍນ້ຳສະອາດ, ລະບົບລະບາຍນຳ້ຝົນ ແລະ ນ້ຳເປື້ອນ ແລະ ລະບົບບຳບັດນ້ຳເປື້ອນ. - ລະບົບໂຄງລ່າງພື້ນຖານເຊິບເວີ (datacenter). - ລະບົບອື່ນໆເຊັ່ນ: ລະບົບບ່ອນຝາກລົດທີ່ໃຊ້ບັດສະແກນ (Smart card), ລະບົບທາງເດີນສາຍໄຟຟ້າ (Busway, Busduct) ດັ່ງທີ່ໄດ້ກ່າວໄວ້ຂ້າງຕົ້ນມັນເປັນເລື່ອງງ່າຍທີ່ຈະຮັບຮູ້ໄດ້ວ່າ: ລະບົບໄຟຟ້າແມ່ນພາກສ່ວນທີ່ມີຄວາມສຳຄັນທີ່ສຸດໃນການອອກແບບ ແລະ ຍັງສາມາດສົ່ງຜົນກະທົບໂດຍກົງໃຫ້ແກ່ບັນດາລະບົບອື່ນໆໃນອາຄານ. ໂຄງປະກອບສ້າງຂອງລະບົບໄຟຟ້າໃນອາຄານປະກອບມີ: 1. ລະບົບແຈກຈ່າຍໄຟຟ້າ: - ສະຖານນີຮັບໄຟ/ຕູ້ໄຟຟ້າແຮງດັນຕ່ຳ/ຕູ້ໄຟຟ້າແຮງດັນກາງ. - ເຄື່ອງປັ່ນໄຟຟ້າ-ຕູ້ຕູ້ຄວບຄຸມການປ່ຽນແຫລ່ງຈ່າຍໄຟອັດຕະໂນມັດ. - ລະບົບໄຟຟ້າແສງສະຫວ່າງ. - ໄຟຟ້າແສງສະຫວ່າງສຸກເສີນ. - ສູນຄວບຄຸມໄຟຟ້າ. - ລະບົບປ້ອງກັນຟ້າຜ່າ: ຕູ້ປ້ອງກັນຟ້າຜ່າ,ຄັດກອງໄຟ, ປ້ອງກັນໄຟກະຊາກ. - ລະບົບສາຍດິນ. - ລະບົບປັກສຽບໄຟ. - ລະບົບສາຍໄຟຟ້າ, ລະບົບທາງເດີນໄຟຟ້າ, ຕູ້ແຈກຈ່າຍໄຟຟ້າ. 2.ລະບົບໄຟຟ້າຍ່ອຍ: - ລະບົບບໍລິຫານງານກົນຈັກ ແລະ ໄຟຟ້າອາຄານ. - ລະບົບສາຍເນັດ ແລະ ອິນເຕີເນັດ. - ລະບົບກ້ອງວົງຈອນປິດ. ລະບົບກວດກາການເຂົ້າອອກ, ບັນດາລະບົບເຊັນເຊີ້, ລະບົບກັນຂະໂມຍ.... - ລະບົບສັນຍານວິທະຍຸ, ໂທລະສັບ. - ລະບົບສາຍເຄເບິນ. - ລະບົບການຄວບຄຸມສ່ວນກາງລວມມີ: ຈໍໂທລະທັດ, ວິທະຍຸສາທາລະນະ, ການປະຊຸມແບບອອນໄລ.

ລະບົບກົນຈັກ ແລະ ໄຟຟ້າອາຄານ