ເຄື່ອງກຳເນີດໄຟຟ້າແມ່ນອຸປະກອນໄຟຟ້າທີີ່ເຮັດວຽກໂດຍນ້ຳມັນ, ຕາມທຳມະດາແລ້ວແລ້ວຈະໃຊ້ໃນເມື່ອໄຟຟ້າບໍ່ມາ ຫລື ສະຖານທີ່ຍັງບໍ່ມີໄຟຟ້າ.
ເຄື່ອງກຳເນີດໄຟຟ້າມີການເຮັດວຽກແມ່ນການປ່ຽນແປງພະລັງງານກົນຈັກເປັນພະລັງງານໄຟຟ້າໂດຍຫລັກການຂອງໄຟຟ້າແມ່ເຫລັກ. ເຄື່ອງກຳເນີດໄຟຟ້າໃນປັດຈຸບັນມີ 3 ຄຸນສົມບັດຄື: ໃຫ້ກຳເນີດໄຟຟ້າ, ປັບກະແສໄຟຟ້າ, ການປັບຄ່າແຮງດັນໄຟຟ້າ.
ການຈັດແບ່ງຊະນິດຂອງເຄື່ອງກຳເນີດໄຟຟ້າຕາມວັດຖຸດິບທີ່ໃຊ້ມີ 2 ຊະນິດຄື:
- ເຄື່ອງກຳເນີດໄຟຟ້າທີ່ໃຊ້ນຳ້ມັນແອັດຊັງເປັນວັດຖຸດິບ.
- ເຄື່ອງກຳເນີດໄຟຟ້າທີ່ໃຊ້ນຳ້ມັນ (ນຳ້ມັນພືດ) ເປັນວັດຖຸດິບ.
ການຈັດແບ່ງຊະນິດຂອງເຄື່ອງກຳເນີດໄຟຟ້າຕາມຈຸດປະສົງໃຊ້ງານແມ່ນມີ:
- ເຄື່ອງກຳເນີດໄຟຟ້າທີ່ໃຊ້ທົ່ວໄປ.
- ເຄື່ອງກຳເນີດໄຟຟ້າທີ່ໃຊ້ໃນຂົງເຂດອຸດສະຫະກຳ, ໃນຕຶກອາຄານສູງ, ອາພາດເມັນ, ໂຮງຈັກໂຮງງານ.