ຕູ້ໄຟຊິງໂຄໄນ Synchronization panels ມີຫນ້າທີ່ຫລັກແມ່ນເມື່ອມີເຄື່ອງປັ່ນໄຟ 2 ຫລື ຫລາຍຫນ່ວຍຖືກນຳໃຊ້ໃນກໍລະນີທີ່ໄຟຟ້າຈາກສາຍສົ່ງເກີດບັນຫາ, ບັນດາເຄື່ອງປັ່ນໄຟສຳຮອງຈະເລີ່ມຕົ້ນເຮັດວຽກ , ຊິງໂຄໄນ ແລະ ຫານໂຫລດໄຟຟ້າກັນໂດຍອັດຕະໂນມັດ. ນອກຈາກນັ້ນຕູ້ໄຟຊິງໂຄໄນຍັງມີຫນ້າທີ່ໃນການຕິດຕາມກວດກາໂຫລດໄຟຟ້າ ແລະ ຕັດສິນຈຳນວນຂອງເຄື່ອງປັ່ນໄຟທີ່ຕ້ອງໄດ້ເຮັດວຽກຕາມຄວາມຕ້ອງການຂອງໂຫລດໄຟຟ້າ. ເວົ້າໃຫ້ເຂົ້າໃຈງ່າຍກໍ່ຄື ຕູ້ໄຟຊິງໂຄໄນແມ່ນຈັບເອົາບັນດາເຄື່ອງປັ່ນໄຟ ຫລື ເຄື່ອງກຳເນີດໄຟຟ້າທີ່ກຳລັງເຮັດວຽກແບບເອກະລາດເຂົ້າເຮັດວຽກຂະຫນານກັນ. ນີ້ແມ່ນເຕັກນິກວິທີການແກ້ໄຂຂັ້ນສູງໂດຍແນ່ໃສ່ ເພີ່ມຄວາມເຊື່ອຫມັ້ນການສະຫນອງໄຟຟ້າ ແລະ ເພີ່ມປະສິດທິພາບໃນການປະຫຍັດເຊື້ອໄຟ. ຕູ້ໄຟຊິງໂຄໄນປົກກະຕິແລ້ວຖືກອອກແບບໃຫ້ມີຫລາຍຊ່ອງຫ້ອງ ໃນນັ້ນຈະມີຊ່ອງຫ້ອງຫນຶ່ງເປັນຊ່ອງຫ້ອງທີ່ຄວບຄຸມບັນຊາຫລັກ ແລະ ບັນດາຊ່ອງຫ້ອງທີ່ບັນຊາແບບເອກະລາດໃຫ້ແກ່ເຄື່ອງປັ່ນໄຟແຕ່ລະເຄື່ອງ. ຕູ້ໄຟຊິງໂຄໄນແມ່່ນເຮັດວຽກດ້ວຍ 2 ລະບົບຄື: ແບບອັດຕະໂນມັດ ແລະ ແບບຄົນຄວບຄຸມ. ປະຈຸບັນນີ້,ຕູ້ໄຟຊິງໂຄໄນຖືກອອກແບບໃຫ້ເປັນແບບໂມດູນ (Module), ເຊິ່ງງ່າຍຕໍ່ການປ່ຽນແປງ, ຂະຫຍາຍເພີ່ມກຳລັງໄຟຟ້າໂດຍບໍ່ກະທົບເຖິງລະບົບທີ່ມີຢູ່, ມີຄວາມໄວຫລາຍໃນການຊິງໂຄໄນ, ສາມາດຄວບຄຸມບັນຊາໄດ້ດ້ວຍຄອມພິວເຕີໂດຍການເຊື່ອມຕໍ່ໂດຍກົງ ຫລື ແບບໃຊ້ອິນເຕີເນັດ (ຄວບຄຸມດ້ວຍໄລຍະໄກ). ຕູ້ໄຟຊິງໂຄໄນຍັງໄດ້ລວມຄວາມສາມາໃນການສັງເກດກວດກາ ແລະ ເຕືອນໄພສະແດງເທິງ LCD, ດອກໄຟແຈ້ງເຕືອນ ຫລື ສຽງແຈ້ງເຕືອນ. ຕູ້ໄຟຊິງໂຄໄນໄດ້ຖືກນຳໃຊ້ໃນເຂດອຸດສະຫະກຳຄື: ໃນໂຮງຈັກໂຮງງານ, ສູນການຄ້າ, ຕຶກອາຄານຫ້ອງການ, ອາພາດເມັ້ນ, ໂຮງຫມໍ, ທ່າເຮືອ, ສະຫນາມບິນ... ສະຖານທີ່ທີ່ຈຳເປັນຕ້ອງໃຊ້ໄຟຕະຫລອດເວລາ ຫລື ບັນດາຂົງເຂດທີ່ໄຟຟ້າມັກມີບັນຫາຂັດຂ້ອງເປັນປະຈຳ.