ລິງເມນຢູນິດ RMU (Ring Main Unit) ນຳໃຊ້ເຂົ້າໃນລະບົບແຈກຈ່າຍແຮງດັນຂະຫນາດກາງເຖິງ 36kV 630A, ໄດ້ຖືກເຊື່ອມຕໍ່ດ້ວຍສາຍເຄເບິນໄປຍັງປາຍທາງດ້ວຍ ດິດຄອນເນັກເຕີ້ສະວິດ DS (Disconnector Switch) ແລະ ຊ່ອງສາຍເຄເບິນອອກສູ່ຫມໍ້ແປງໄຟຟ້າໂດຍໃຊ້ LBS (Load Break Switches) ຮ່ວມກັບຟິວໄຟຟ້າ (Fuse) ເປັນໂຕປ້ອງກັນວົງຈອນ. ລິງເມນຢູນິດ RMU ໄດ້ຖືກແບ່ງເປັນ 2 ຊະນິດຂຶ້ນຕາມຄວາມຕ້ອງການ: ລິງເມນຢູນິດທີ່ເປີດກວ້າງໄດ້ (Extensible) ແລະ ລິງເມນຢູນິດທີ່ເປີດກວ້າງບໍ່ໄດ້ (Compact). ໃນປະຈຸບັນພວກເຮົາຍັງລວມສະວິດທີ່ຄົງທີ່ກັບຂໍ້ດີທີ່ພົ້ນເດັ່ນແມ່ນຍົກລະດັບຄວາມສາມາດໃນການປົກປ້ອງຫມໍ້ແປງໄຟ (RMU Schneider). ສົມທຽບກັບຟິວໄຟຟ້າແຮງດັນຂະຫນາດກາງແລ້ວ ສະວິດຕັດໄຟທີ່ລວມກັບຣິເລ (Relay) ຈະເພີ້ມການປ້ອງກັນແບບເລືອກເຟັ້ນ. ຫລີກລ້ຽງການເຮັດວຽກທີ່ຜິດພາດທີ່ຫມໍ້ແບ່ງໄຟຟ້າ. ກວດຈັບຂໍ້ບົກຜ່ອງແບບເຟສຕໍ່ເຟສ ແລະ ກະແສໄຟລົງດິນທີ່ຄວາມເຂັ້ມຕ່ຳ. ການນຳໃຊ້ລິງເມນຢູນິດ RMU: - ຕິດຕັ້ງລິງເມນຢູນິດ RMU ໃນສະຖານີໄຟຟ້າຍ່ອຍຈະເພີ່ມທະວີຄວາມທົນທານຕໍ່ອາກາດ, ຫລີກລ້ຽງສະພາບການທີ່ອຸນນະພູມສູງເກີນໄປ. -ລິງເມນຢູນິດ RMU ຖືກນຳໃຊ້ຢູ່ບັນດາສະຖານີໄຟຟ້າແບບນອກອາຄານຊະນິດລຽບງ່າຍ, ສະຖານີສາຍສົ່ງ ແລະ ສະຖານີແຈກຈ່າຍໄຟຟ້າ. -ຕິດຕັ້ງໃນສະຖານີໄຟຟ້າຂອງໂຮງງານອຸດສະຫະກຳ ແລະ ສະຖານີໃຕ້ດິນ. -ລິງເມນຢູນິດ RMU ໄດ້ຖືກອອກແບບໃຫ້ມີຄວາມສາມາດໃນການວັດແທກແຮງດັນໄຟຟ້າ, ກະແສໄຟຟ້າ ແລະ ສັນຍານທີ່ໃຊ້ໃນລະບົບຊຸດຄວບຄຸມດ້ວຍລິໂຫມດເທີມີນັດສຳຫລັບລະບົບຈຳຫນ່າຍໄຟຟ້າ FRTU (Feeder Remote Terminal Unit). - ມີຄວາມຫນ້າເຊື່ອຖືສູງ.