ຕູ້ແຈກຈ່າຍໄຟຟ້າຫລັກ MSB (Main Distribution Switchboard) ແມ່ນແຜງຮັບໄຟຟ້າໃຫ້ລະບົບໄຟຟ້າແຮງດັນຕ່ຳທັງຫມົດຂອງໂຄງການໃດຫນຶ່ງ ປົກກະຕິແມ່ນຖືກຕິດຕັ້ງເພື່ອຮັບໄຟຟ້າຈາກດ້ານແຮງດັນຕໍ່າຂອງຫມໍ້ແບ່ງໄຟຟ້າ (ແຕ່ 15 kVລົງມາ, 380 VAC) ໂດຍອັດຕາກຳນົດກະແສໄຟຟ້າສູງສຸດແມ່ນ 6300 A ຕູ້ແຈກຈ່າຍໄຟຟ້າຫລັກ MSB ໄດ້ຖືກອອກແບບໃຫ້ມີຫລາຍຊ່ອງຫ້ອງ, ແຕ່ລະຊ່ອງຫ້ອງຈະມີຫນ້າທີ່ສະເພາະຄື:ຊ່ອງຫ້ອງເບລກເກີ້ ACB / MCCB, ຊ່ອງຫ້ອງເບລກເກີ້ MCCB / MCB ທີ່ສົ່ງໄຟໄປທີ່ໂຫລດໄຟຟ້າ, ຊ່ອງຫ້ອງຕູ້ຕົວເກັບປະຈຸໄຟຟ້າ, ຊ່ອງຫ້ອງຕູ້ຄວບຄຸມການປ່ຽນແຫລ່ງຈ່າຍໄຟອັດຕະໂນມັດ, ສາມາດຕິດຕາມກວດກາໃນໄລຍະໄກໂດຍໃຊ້GPRS ແລະ ຊ່ອງຫ້ອງອື່ນໆ. ຫນ້າທີ່ຕົ້ນຕໍຂອງຕູ້ແຈກຈ່າຍໄຟຟ້າຫລັກ MSB ແມ່ນຕັດ-ຕໍ່, ປ້ອງກັນຄວາມປອດໄພໃຫ້ແກ່ລະບົບໄຟຟ້າ. ການນຳໃຊ້: ຕູ້ແຈກຈ່າຍໄຟຟ້າຫລັກແມ່ນຈະໄດ້ຕິດຕັ້ງທີ່ຫ້ອງຄວບຄຸມໄຟຟ້າຂອງບັນດາໂຄງການອຸດສະຫະກຳ ແລະ ນຳໃຊ້ທົ່ວໄປໃນໂຮງຈັກໂຮງງານ, ສູນການຄ້າ, ຕຶກອາຄານຫ້ອງການ, ໂຮງຮຽນ, ໂຮງຫມໍ, ອາພາດເມັ້ນ, ທ່າເຮືອ, ສະຫນາມບິນ... ຕູ້ແຈກຈ່າຍໄຟຟ້າຫລັກໄດ້ຖືກຕິດຕັ້ງຮັບໄຟຕໍ່ຈາກຫມໍ້ແປງໄຟ (ດ້ານແຮງດັນຕ່ຳ) ແລ້ວສົ່ງໄຟຟ້າໄປທີ່ຕູ້ແຈກຈ່າຍໄຟຟ້າຍ່ອຍ DB.

ຕູ້ແຈກຈ່າຍໄຟຟ້າຫລັກ MSB