ຕູ້/ແຜງແຈກຈ່າຍໄຟຟ້າຍ່ອຍ DB (Distribution Board) ແມ່ນຕູ້ຄວບຄຸມໄຟຟ້າອຸດສະຫະກຳ, ເປັນທີ່ນິຍົມໃຊ້ງານໃນການຄວບຄຸມວົງຈອນໄຟຟ້າແຮງດັນຕ່ຳ ຫນ້າທີ່ຫລັກແມ່ນແຈກຈ່າຍກະແສໄຟຟ້າ ແລະ ປ້ອງກັນວົງຈອນ. ແທ້ຈິງແລ້ວຕູ້ແຈກຈ່າຍໄຟຟ້າຮອງ DB ຈະປ່ຽນແປງກະແສໄຟຟ້າທີ່ໃຫຍ່ໃຫ້ ເປັນກະແສທີ່ນ້ອຍເຊິ່ງຊ່ວຍຮັບປະກັນເຖິງຄວາມປອດໄພໃຫ້ແກ່ຜູ້ໃຊ້ງານວົງຈອນໄຟຟ້າດັ່ງກ່າວ ແລະ ປ້ອງກັນວົງຈອນໄຟຟ້າດັ່ງກ່າວເມື່ອເກີດມີຄວາມຜິດປົກກະຕິຂອງວົງຈອນໄຟຟ້າ ຫລື ໄຟຟ້າລັດວົງຈອນ. ຕ່ຳແຫນ່ງຂອງຕູ້ DB ປົກກະຕິແມ່ນຖືກວາງຮັບໄຟຕໍ່ຈາກຕູ້ແຈກຈ່າຍໄຟຟ້າຫລັກ MSB ຕາມຈຸດແບ່ງສາຍ ຫລື ຕາຂ່າຍຂອງລະບົບແຈກຈ່າຍໄຟຟ້າແຮງດັນຕໍ່າໄປຫາບັນດາໂຫລດໄຟຟ້າ. ໃນບາງກໍລະນີຕູ້ແຈກຈ່າຍໄຟຟ້າຍ່ອຍ DBຈະມີພຽງເບລກເກີ້MCB/ເບລກເກີ້ກັນໄຟດູດ (RCCB), ດອກໄຟແຈ້ງເຕືອນເຟສ (Phase), ຟິວໄຟຟ້າ (Fuse) ຕູ້ແຈກຈ່າຍໄຟຟ້າ DB ນັ້ນແມ່ນຊະນິດຕູ້ຄວບຄຸມໄຟຟ້ານ້ອຍທີ່ສຸດ, ປົກກະຕິແມ່ນຈະຖືກຕິດຕັ້ງໃກ້ກັບບັນດາໂຫລດໄຟຟ້າ. ການນຳໃຊ້: ປົກກະຕິແລ້ວຕູ້ແຈກຈ່າຍໄຟຟ້າຍ່ອຍນີ້ຈະຖືກຕິດຕັ້ງທີ່ຫ້ອງປະຕິບັດການຂອງໂຄງການອຸດສະຫະກຳ, ໂຮງຈັກໂຮງງານ, ສູນການຄ້າ, ອາພາດເມັ້ນ....

ຕູ້/ແຜງແຈກຈ່າຍໄຟຟ້າຍ່ອຍDB (Distribution Board)