ຕູ້ເກັບປະຈຸໄຟຟ້າ (Capacitor Panel) ປົກກະຕິຈະວາງຕົວເກັບປະຈຸໄຟຟ້າຂະຫນານກັບໂຫລດ, ໄດ້ຖືກຄວບຄຸມດ້ວຍຊຸດຄວບຄຸມຕົວປະຈຸໄຟຟ້າແບບອັດຕະໂນມັດໂດຍອຸປະກອນຕັດ-ຕໍ່ວົງຈອນໄຟຟ້າ ແມັກເນຕິກຄອນແຕັກເຕີ້ (Magnetic Contacter). ຕູ້ເກັບປະຈຸໄຟຟ້າມີຫນ່້າທີ່ຫລັກໃນການເພີ່ມຄ່າຕົວປະກອບກຳລັງໄຟຟ້າcosφ (Power facter) ແລ້ວຫລຸດກຳລັງໄຟຟ້າລີແອັກທິບລົງ (reactive power (Q)) ເພື່ອແນ່ໃສ່ຫລຸດການສູນເສຍພະລັງງານໃນວົງຈອນເພື່ອປະຫຍັດຄ່າໄຟຟ້າ. ນອກຈາກຫນ້າທີ່ຫລັກແລ້ວ, ຕູ້ເກັບປະຈຸໄຟຟ້າຍັງສາມາດຕິດຕັ້ງເພີ່ມຂົດລວດຕື່ມເພື່ອກັນຄື້ນສັນຍານໄຟຟ້າທີ່ເຂົ້າມາລົບກວນ (Harnomic) ແລະ ເພີ່ມອາຍຸການໃຊ້ງານໃຫ້ແກ່ຕົວເກັບປະຈຸໄຟຟ້າ.ບັນດາຂົດລວດທີ່ປ້ອງກັນຄື່ນສັນຍານໄຟຟ້າທີ່ເຂົ້າມາລົບກວນມີມີຄືຊະນິດ: 6%, 7%,​ 13% ຫລື 14% ຈະຖືກເລືອກນຳໃຊ້ໃຫ້ເຫມາະສົມຕາມແຕ່ລະລະບົບ. ຕູ້ຕົວເກັບປະຈຸໄຟຟ້າຖືກນຳໃຊ້ໃນບັນດາຕາຂ່າຍໄຟຟ້າແຮງດັນຕ່ຳ, ສຳຫລັບລະບົບໄຟຟ້າທີ່ບັນດາໂຫລດໄຟຟ້າມີຄວາມຫນ່ຽວນຳສູງ (inductance) ແມ່ນເປັນພາກສ່ວນທີ່ກໍ່ໃຫ້ເກີດກຳລັງໄຟຟ້າລີແອັກຕິບ. ປົກກະຕິແມ່ນຈະຕິດຕັ້ງຕາມຫ້ອງຄວບຄຸມບັນຊາໄຟຟ້າ ຫລື ຢູ່ທີ່ສະຖານີໄຟຟ້າຂອງເຂດອຸດສະຫະກຳ ແລະ ເຂດຢູ່ອາໄສທົ່ວໄປເຊັ່ນ:ໂຮງຈັກໂຮງງານ, ສູນການຄ້າ, ຕຶກອາຄານຫ້ອງການ, ອາພາດເມັ້ນ, ໂຮງຫມໍ...

ຕູ້ເກັບປະຈຸໄຟຟ້າ capacitor panel