ຕູ້ໄຟຟ້າ ATS (Automatic transfer switches) ແມ່ນຕູ້ຄວບຄຸມການປ່ຽນແຫລ່ງເກີດໄຟອັດຕະໂນມັດ , ປ່ຽນແປງແຫລ່ງກຳເນີດໄຟລະຫວ່າງໄຟຟ້າຫລັກຈາກສາຍສົ່ງ ແລະ ແຫລ່ງເກີດໄຟຟ້າສຳຮອງເພື່ອຮັບປະກັນການສະຫນອງໄຟໄດ້ຢ່າງຕໍ່ເນື່ອງ. ກົງກັນຂ້າມເມື່ອສາຍສົ່ງມີການໃຊ້ງານໄດ້ປົກກະຕິກໍ່ຈະປ່ຽນໄປຮັບໄຟຟ້າຈາກສາຍສົ່ງຕາມປົກກະຕິຄືນ ແລະ ຢຸດການຮັບໄຟຈາກແຫລ່ງເກີດໄຟຟ້າສຳຮອງ. ນອກຈາກນັ້ນຕູ້ຄວບຄຸມການປ່ຽນແຫລ່ງເກີດໄຟອັດຕະໂນມັດຈະມີຫນ້າທີ່ປ້ອງກັນເມື່ອຕ່າຂ່າຍສາຍໄຟ ແລະ ເຄື່ອງໄຟຟ້າເກີດຕິດຂັດຄື: ການສູນເສຍຄວາມເປັນກາງ, ແຮງດັນໄຟຟ້າຕົກ.ເວລາທີ່ຫັ້ນປ່ຽນສາມາດປັບຄ່າໄດ້. ໃນກໍລະນີທີ່ຈຳເປັນຜູ້ນຳໃຊ້ສາມາດຕັ້ງຄ່າການເຮັດວຽກຕາມຄວາມຕ້ອງການດ້ວຍສະວິດ (MODE SWITCH) ວ່າຈະໃຫ້ເຮັດວຽກດ້ວຍຄົນຄວບຄຸມ ຫລື ແບບອັດຕະໂນມັດ. ຕຳແຫນ່ງ AUTO: ຕັ້ງຄ່າລະບົບເຮັດວຽກແບບອັດຕະໂນມັດ ຕຳແຫນ່ງ MAIN: ເລືອກຕັດແຫລ່ງຈ່າຍໄຟຈາກຕາຂ່າຍໃຫ້ໂຫລດໄຟຟ້າດ້ວຍຄົນຄວບຄຸມ ຕຳແຫນ່ງ GEN: ເລືອກຕັັດແຫລ່ງຈ່າຍໄຟຈາກເຄື່ອງປັ່ນໄຟໃຫ່ໂຫລດໄຟຟ້າດ້ວຍຄົນຄວບຄຸມ ຕຳແຫນ່ງ OFF: ຕັ້ງຄ່າລະບົບເຮັດວຽກໃຫ້ຢູ່ໃນພາວະຢຸດ (ຢຸດແຈກຈ່າຍໄຟຟ້າໃຫ້ໂຫລດໄຟຟ້າ).

ຕູ້ໄຟຟ້າATS