ຫມໍ້ແປງກະແສແຮງດັນຂະຫນາດຕ່ຳ ຍີ່ຫໍ້ Emic
ປະກອບມີຫມໍ້ແປງກະແສຂະຫນາດແຮງດັນຕ່ຳທີ່ເປັນພາສຕິກທີ່ມີປະສິດທິພາບ ແລະ ຄວາມຫນ້າເຊື່ອຖືສູງ, ໄດ້ຜະລິດຂຶ້ນດ້ວຍເຕັກນິກ ແລະ ອຸປະກອນທີ່ທັນສະໄຫມ ຮັບປະກັນໄດ້ເຖິງຄຸນນະພາບຕາມມາດຕະຖານ ISO9001, ໄດ້ຮັບລະດັບຄວາມແນ່ນອນຕາມມາດຕະຖານສາກົນ IEC60185; IEC60044-1, ໃຊ້ເພື່ອແປງກະແສໄຟຟ້າສະຫລັບທີ່ມີຄ່າສູງໃຫ້ເປັນຄ່າຕ່ຳທີ່ເຫມາະສົມໃຫ້ແກ່ບັນດາອຸປະກອນເຄື່ອງວັດແທກ: ຄື່ອງວັດແທກຄ່າແອັມແປ (Ampe met), ເຄື່ອງວັດແທກວັດ (wat met), ກົງເຕີນັບໄຟ… ຢູ່ໃນຕາຂ່າຍໄຟຟ້າແຮງດັນຕ່ຳ (ຮອດ 1000V). ຕາມຄຸນສົມບັດການໃຊ້ງານມີ 2 ປະເພດລະດັບຄວາມແນ່ນອນໃຫ້ແກ່ການວັດແທກ ແລະ ການປ້ອງກັນ.