ຊຸດຄວບຄຸມຕົວເກັບປະຈຸ (ຄາປາຊິເຕີ)
ຊຸດຄວບຄຸມຕົວເກັບປະຈຸ (ຄາປາຊິເຕີ) ໄດ້ຖືກອອກແບບເພື່ອເພິ່ມປະສິດທິພາບຂອງການຄວບຄຸມການຊົົດເຊີຍກຳລັງໄຟຟ້າລີແອັກຕິບ (reactive power) ໂດຍຜ່ານການປິດຕັດຕົວເກັບປະຈຸ (ຄາປາຊິເຕີ) ເຂົ້າສູ່ວົງຈອນ, ເພື່ອແນ່ໃສ່ໃຫ້ຄ່າພາວເວີແຟັກເຕີ (Power facter) ຄົງຄ່າ, ເພີ່ມອາຍຸການໃຊ້ງານຂອງຄອນແຕັກເຕີ (Contactor) ແລະ ວົງຈອນຂອງຕົວເກັບປະຈຸໄຟຟ້າ.
ບັນດາຍີ່ຫໍ້ຂອງຣິເລທີ່ໃຊ້ຄວາມຄຸມຄ່າພາວເວີແຟັກເຕີທີ່ນິຍົມໃຊ້ໄດ້ແກ່: Mikro, Epcos, Ducati, Enerlux, SK, JKL...
ໂດຍຊຸດຊຸດຄວບຄຸມຕົວເກັບປະຈຸ Mikro ຍັງມີສົ່ງສັນຍານເມື່ອແຮງດັນໄຟຟ້າເກີນ ຫລື ຫລຸດພິກັດ, ກະແສໄຟຟ້າເກີນ ຫລື ຫລຸດພິກັດ ແລະ ເມື່ອຄ່າພາວເວີ້ແຟັກເຕີສູງ ຫລື ຕ່ຳກວ່າຄ່າທີ່ກຳນົດໄວ້ ແລະ ລະບຸຂົ້ວ CT ຢ່າງອັດຕະໂນມັດແມ່ນແຕ່ໃນກໍລະນີການຈັບຄູ່ຂົ້ວທີ່ຜິດພາດ.