ຕົວເກັບປະຈຸ (ຄາປາຊິເຕີ) ຍີ່ຫໍ້ Shizuki ໄດ້ຖືກອອກແແບບຕາມມາດຕະຖານ IEC ເລກທີ II 60831-1: 1996 & JIS.C 4901 ຕົວເກັບປະຈຸ (ຄາປາຊິເຕີ) ຍີ່ຫໍ້ Shizuki ປະກອບບັນດາລຸ້ນຄື: RFA-4, RG-2, RF-T (RFT44015D, RFT44020D, RFT44025D) ຄວາມປອດໄພຂອງຕົວເກັບປະຈຸ (ຄາປາຊິເຕີ) ຍີ່ຫໍ້ Shizuki 1. ອຸປະກອນປ່ອຍ: ບັນດາຕົວເກັບປະຈຸ (ຄາປາຊິເຕີ) ໄດ້ມີເບກກິງລິຊິສເຕີ (Braking resistor) ປະກອບຢູ່ພາຍໃນ, ເພື່ອຫລຸດແຮງດັນໄຟຟ້າທີ່ເກີນຈາກມີຄ່າທີ່ສູງສຸດລົງມາເຫລືອ 75 ຫລື ຫນ້ອຍກວ່າໃນເວລາບໍ່ຫລາຍກວ່າ 3 ນາທີຫລັງຈາກຖືກຕັດການເຊື່ອມຕໍ່ຈາກແຫລ່ງຈ່າຍໄຟຟ້າ. 2. ກົນໄກການປ້ອງກັນ: ເມື່ອເກີດມີຂໍ້ຜິດພາດໃນຕົວເກັບປະຈຸ (ຄາປາຊິເຕີ), ກະແສໄຟທີ່ຜິດພາດຈະແລ່ນຜ່ານຟິວໄຟຟ້າຂອງຕົວເກັບປະຈຸ (ຄາປາຊິເຕີ) ທີ່ຜິດພາດ, ຕັດການເຊື່ອມຕໍ່ຂອງຕົວເກັບປະຈຸ (ຄາປາຊິເຕີ) ທີ່ຜິດພາດອອກຈາກແຫລ່ງຈ່າຍໄຟຟ້າ ເມື່ອມີຂໍ້ຜິດພາດເກີດຂຶ້ນ, ດັ່ງນັ້ນຈະມີພຽງແຕ່ບັນດາຕົວເກັບປະຈຸ (ຄາປາຊິເຕີ) ທີ່ຜິດພາດຖືກຕັດອອກຈາກແຫລ່ງຈ່າຍໄຟຟ້າ ແຕ່ບັນດາຕົວເກັບປະຈຸ (ຄາປາຊິເຕີ) ອື່ນທີ່ຍັງສົມບູນສຶບຕໍ່ເຮັດວຽກຕາມແບບວິທີ.

ຕົວເກັບປະຈຸ (ຄາປາຊິເຕີ) ຍີ່ຫໍ້ Shizuki