ຕູ້ຄວບຄຸມການປ່ຽນແຫລ່ງຈ່າຍໄຟອັດຕະໂນມັດ (ATS) Automatic Transfer Switch ປະກອບມີຊຸດການປ່ຽນແຫລ່ງຈ່າຍໄຟແບບອັດຕະໂນມັດ (Auto) ແລະ ຊຸດປ່ຽນແຫລ່ງຈ່າຍໄຟດ້ວຍຄົນຄວບຄຸມ (Manual) ແມ່ນອຸປະກອນປ່ຽນແຫລ່ງຈ່າຍໄຟລະຫວ່າງຈາກຕາຂ່າຍສາຍໄຟ (ໄຟຫລວງ) ແລະ ແຫລ່ງຈ່າຍໄຟສຳຮອງ (ຕົວຢ່າງເຊັ່ນຈັກປັ່ນໄຟ) ເພື່ອຮັບປະກັນໄດ້ເຖິງຄວາມຕໍ່ເນື່ອງໃນການສະຫນອງໄຟໃຫ້ແກ່ອຸປະກອນໄຟຟ້າ (ໂຫລດໄຟຟ້າ) ແລະ ກົງກັນຂ້າມ ເມື່ອຕາຂ່າຍໄຟຟ້າ (ໄຟຫລວງ) ມີການເຮັດວຽກແບບປົກກະຕິຄືນ, ລະບົບການປ່ຽນແຫລ່ງຈ່າຍໄຟ ATS ຈະປ່ຽນໃຫ້ອຸປະກອນໄຟຟ້າໃຊ້ໄຟຈາກຕາຂ່າຍ (ໄຟຫລວງ) ເຊັ່ນເດີມ ແລະ ຫລັງຈາກນັ້ນກໍ່ຈະໄດ້ຕັດການເຊື່ອມຕໍ່ໄຟຈາກແຫລ່ງຈ່າຍໄຟສຳຮອງ.
ບັນດາຍີ່ຫໍ້ ATS ເປັນທີ່ນິຍົມໄດ້ແກ່: Socomec, Osung (Osemco), Vider, Yogirotech, ABB...
- ຕາມທຳມະດາພວກເຮົາມີ ATS ທີ່ນຳໃຊ້ແມັກເນຕິກຄອນແຕັກເຕີ້ (contactor), ATS ທີ່ນຳໃຊ້ແອເຊີກິດເບລກເກີ້ ACB, ແລະ ATS ແບບຄົບຊຸດ.
- ນອກຈາກນັ້ນພວກເຮົາຍັງມີຊຸດຄວບຄຸມການປ່ຽນແຫລ່ງຈ່າຍໄຟອັດຕະໂນມັດmini (ATS mini) ຂອງ ILEC.